LANA Votes

Government 101 Series

LANA collaborated with the Lao English School to create in-language materials about the importance of voting at the local, state, and federal levels. Being able to share this information with our community members ensures that our voices are heard and ballots cast.

Understanding how our government works at the local, state, and federal level enables voters to see how their votes affect their lives and those of their fellow community members. LANA creates informative content, both in English and in Lao, to help either refresh or educate voters on civic engagement.

LANA Votes: Local Government

Are there issues that you deeply care about and want to address, but don’t exactly know where to start? LANA Votes is here to help make it easy to understand the different levels of government in the United States. 

ມີບັນຫາໃດທີ່ທ່ານໃຫ້ຄວາ ມສົນໃຈ ແລະ ຢາກທີ່ຈະແກ້ໄຂແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນຈາກຈຸດໃດບໍ? LANA Votes ພ້ອມທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈເຖິງລະດັບຂັ້ນການປົກຄອງໃນລະດັບຕ່າງໆຂອງສະຫະລັດອາເມລິກາໄດ້ງ່າຍຂຶ້ນ.

Here are 3 things you should know about local government.
ນີ້ແມ່ນ 3 ສິ່ງທີ່ທ່ານຕ້ອງຮູ້ກ່ຽວກັບການປົກຄອງທ້ອງຖິ່ນ.

Local, city or county government refers to policies and decisions that affect your local communities and quality of life. These could be issues facing your schools, your community park, your police and fire departments, your roads, and your public libraries.
ການປົກຄອງຂັ້ນທ້ອງຖິ່ນ, ຂັ້ນເມືອງ ແລະ ຂັ້ນແຂວງໝາຍເຖິງພາກສ່ວນທີ່ກ່ຽວຂ້ອງກັບນະໂຍບາຍ ແລະ ການຕັດສິນໃຈທີ່ສົ່ງຜົນຕໍ່ຊຸມຊົນ ແລະ ຊີວິດການເປັນຢູ່ຂອງທ່ານ. ນີ້ອາດຈະເປັນບັນຫາທີ່ທາງໂຮງຮຽນ, ສວນສາທາລະນະໃນຊຸມຊົນ, ຕຳຫຼວດ ແລະ ນັກດັບເພີງ, ຖະໜົນຫົນທາງ ແລະ ຫ້ອງສະໝຸດສາທາລະນະຂອງທ່ານກຳລັງພະເຊີນໜ້າຢູ່.

Your local government makes these decisions. Every local government is different, the elected officials with power over laws and policies at the local level are usually, your Mayor or City Administrator, city councils, county supervisors, and school committees. 
ພາກສ່ວນປົກຄອງທ້ອງຖິ່ນຂອງທ່ານເປັນຜູ້ຕັດສິນໃຈເລື່ອງເຫຼົ່ານີ້. ເຊິ່ງແຕ່ລະພາກສ່ວນກໍມີຄວາມແຕກຕ່າງກັນ, ໂດຍເຈົ້າໜ້າທີ່ທີ່ມາຈາກການເລືອກຕັ້ງທີ່ມີອຳນາດເໜືອກົດໝາຍ ແລະ ອອກນະໂຍບາຍໃນລະດັບທ້ອງຖິ່ນ ປົກກະຕິຈະເປັນນາຍົກລັດຖະມົນຕີ ຫຼື ເຈົ້າເມືອງ, ສະພາເມືອງ, ຄະນະກຳມະການກຳກັບດູແລແຂວງ ແລະ ຄະນະກຳມະການໂຮງຮຽນ.

Local government is where you can directly see change happen.
ການປົກຄອງຂັ້ນທ້ອງຖິ່ນແມ່ນບ່ອນທີ່ທ່ານຈະເຫັນການປ່ຽນແປງໄດ້ໂດຍກົງ. ທ່ານມີຄຳຮ້ອງຮຽນ ຫຼື ບໍ່? ຖ້າມີກໍສາມາດໄປຮ້ອງຮຽນນຳພາກສ່ວນປົກຄອງທ້ອງຖິ່ນຂອງທ່ານໄດ້!

These folks are elected by you, so it’s important to let these people know what you care about, you have the power to hold them accountable. Your voice is important, especially at the local level where you never know if you’ll run into your city councilperson at the supermarket, it's a powerful way to make positive change for our communities. And, the government can represent us better, but it’s not guaranteed without you.
ໂດຍພາກສ່ວນເຫຼົ່ານີ້ແມ່ນໄດ້ມາຈາກການເລືອກຕັ້ງຂອງພວກທ່ານ. ດັ່ງນັ້ນ, ຈຶ່ງເປັນເລື່ອງທີ່ສຳຄັນທີ່ຈະແຈ້ງໃຫ້ທາງພາກສ່ວນເຫຼົ່ານັ້ນໄດ້ຮັບຮູ້ເຖິງບັນຫາທີ່ທ່ານໃຫ້ຄວາມສຳຄັນ ແລະ ສົນໃຈ. ທ່ານມີສິດ ແລະ ອຳນາດໃນການເຮັດໃຫ້ທາງພາກສ່ວນທີ່ກ່ຽວຂ້ອງຕ້ອງຮັບຜິດຊອບເຖິງບັນຫາຕ່າງໆ. ສຽງຂອງທ່ານມີຄວາມສຳຄັນຫຼາຍ, ໂດຍສະເພາະຢ່າງຍິ່ງໃນລະດັບທ້ອງຖິ່ນທີ່ທ່ານອາດບໍ່ເຄີຍຮູ້ວ່າທ່ານຈະໄດ້ພົບກັບສະມາຊິກສະພາເມືອງຂອງທ່ານຢູ່ຊຸບເປີມາເກັດ, ນີ້ແມ່ນວິທີທີ່ມີປະສີດທິພາບໃນການສ້າງການປ່ຽນແປງທີ່ດີໃຫ້ກັບຊຸມຊົນຂອງພວກເຮົາ ແລະ ເຖິງແມ່ນວ່າລັດຖະບານຈະສາມາດເປັນຕົວແທນຂອງເຮົາໄດ້ ແຕ່ຖ້າບໍ່ມີທ່ານມາຮ່ວມເປັນສ່ວນໜຶ່ງໃນກະບອກສຽງມັນກໍບໍ່ສາມາດເກີດຂຶ້ນໄດ້ແນ່ນອນ.

LANA Votes: State Government

Are there issues that you deeply care about and want to address, but don’t exactly know where to start? LANA Votes is here to help make it easy to understand the different levels of government in the United States, and today we’re talking about state government. 
ມີປະເດັນໃດທີ່ທ່ານໃຫ້ຄວາມສົນໃຈ ແລະ ຢາກແກ້ໄຂແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດບໍ? LANA Votes ຢູ່ນີ້ເພື່ອຊ່ວຍໃຫ້ທຸກທ່ານໄດ້ເຂົ້າໃຈເຖິງລະດັບຂັ້ນການປົກຄອງຂອງສະຫະລັດອາເມລິກາໃນລະດັບຕ່າງໆໄດ້ງ່າຍຂຶ້ນ ແລະ ມື້ນີ້ພວກເຮົາຈະມາເວົ້າເຖິງ ໜ່ວຍງານລັດຖະບານ.

State governments are modeled after the federal government with an executive, legislative and judicial branch.
ລັດຖະບານໃນສະຫະລັດອາເມລິການັ້ນຈະມີຮູບແບບການປົກຄອງທີ່ຄ້າຍກັບລັດຖະບານກາງ, ໂດຍແບ່ງອອກເປັນ 3 ຝ່າຍຄື: ຝ່າຍບໍລິຫານ, ຝ່າຍນິຕິບັນຍັດ ແລະ ຝ່າຍຕຸລາການ. 

The Executive Branch is headed by a governor who is directly elected by the people. In most states, other leaders in the executive branch are also directly elected, including the lieutenant governor, the attorney general, and the secretary of state. 
ຝ່າຍບໍລິຫານມີຜູ້ວ່າການລັດເຊິ່ງມາຈາກການເລືອກຕັ້ງໂດຍກົງຈາກປະຊາຊົນ. ໃນຫຼາຍໆລັດສ່ວນໃຫຍ່ ເຈົ້າໜ້າທີ່ອື່ນໆໃນຝ່າຍບໍລິຫານກໍມາຈາກການເລືອກຕັ້ງໂດຍກົງຄືກັນເຊັ່ນ: ຮອງຜູ້ວ່າການລັດ, ໄອຍະການສູງສຸດ ແລະ ເລຂານຸການລັດ.

The legislative branch is represented by the legislature, these are your State Representatives and State Senators. Together the two chambers make State laws and fulfill other governing responsibilities. These responsibilities include a wide range of issues such as driver’s licenses, taxes, codifying abortion access and health care into state constitutions, gun violence prevention and having oversight over state departments such as the department of labor, health, transportation to name a few.
ຝ່າຍນິຕິບັນຍັດປະກອບດ້ວຍສະພາລັດເຊິ່ງມີທັງສະມາຊິກສະພາຜູ້ແທນລາຊະດອນຂອງລັດ ແລະ ສະມາຊິກວຸດທິສະພາຂອງລັດ. ໂດຍທັ້ງສອງສະພາຈະຮ່ວມກັນອອກກົດໝາຍຂອງລັດ ແລະ ປະຕິບັດໜ້າທີ່ອື່ນໆທີ່ກ່ຽວຂ້ອງກັບການປົກຄອງ. ໂດຍໜ້າທີ່ເຫຼົ່ານີ້ຈະຄອບຄຸມປະເດັນຕ່າງໆຫຼາກຫຼາຍເຊັ່ນ: ໃບຂັບຂີ່, ພາສີ, ການບັນຈຸການເຂົ້າເຖິງການເຮັດແທ້ງ ແລະ ການດູແລສຸຂະພາບໄວ້ໃນລັດຖະທຳມະນູນຂອງລັດ, ການປ້ອງກັນຄວາມຮຸນແຮງຈາກອາວຸດປືນ ແລະ ການກຳກັບດູແລໜ່ວຍງານຕ່າງໆຂອງລັດເຊັ່ນ: ກົມແຮງງານ, ກົມສາທາລະນະສຸກ, ກົມຂົນສົ່ງເປັນຕົ້ນ. 

The judicial branches are usually led by the State supreme court, which hears appeals from lower-level State courts. The supreme court focuses on correcting errors made in lower courts and therefore holds no trials. Rulings made in State supreme courts are normally binding; however, when questions are raised regarding consistency with the U.S. Constitution, matters may be appealed directly to the United States Supreme Court.
ຝ່າຍຕຸລາການໂດຍປົກກະຕິແລ້ວສານຍຸດຕິທຳສູງສຸດຂອງລັດຈະເປັນຜູ້ນຳການພິຈາລະນາອຸທອນຈາກສານຂັ້ນຕົ້ນຂອງລັດ. ໜ້າທີ່ຫຼັກຂອງສານຂັ້ນສູງສຸດ ຄືການແກ້ໄຂຂໍ້ຜິດພາດທີ່ເກີດຂຶ້ນໃນສານຂັ້ນຕົ້ນ. ດັ່ງນັ້ນ, ຈຶ່ງບໍ່ມີການພິຈາລະນາຄະດີເອງ. ຄຳຕັດສິນຂອງສານຂັ້ນສູງສຸດນັ້ນມີຜົນຜູກພັນໂດຍທົ່ວໄປ. ຢ່າງໃດກໍຕາມ, ຫາກມີຂໍ້ສົງໃສກ່ຽວກັບຄວາມສອດຄ່ອງກັບລັດຖະທຳມະນູນຂອງສາຫະລັດອາເມລິກາ, ຄະດີນັ້ນອາດຍື່ນອຸທອນຕໍ່ສານຂັ້ນສູງສຸດຂອງສະຫະລັດໄດ້ໂດຍກົງ.

Most of these folks are elected by you, so it’s important to know these people what you care about, you have the power to hold them accountable. Your voice is important. It's a powerful way to make positive change for our communities. And, the government can represent us better, but it’s not guaranteed without you.
ໂດຍພາກສ່ວນເຫຼົ່ານີ້ສ່ວນຫຼາຍແມ່ນໄດ້ມາຈາກການເລືອກຕັ້ງຂອງພວກທ່ານ. ດັ່ງນັ້ນ, ຈຶ່ງເປັນເລື່ອງທີ່ສຳຄັນທີ່ຈະແຈ້ງໃຫ້ທາງພາກສ່ວນເຫຼົ່ານັ້ນໄດ້ຮັບຮູ້ເຖິງບັນຫາທີ່ທ່ານໃຫ້ຄວາມສຳຄັນ ແລະ ສົນໃຈ. ທ່ານມີສິດ ແລະ ອຳນາດໃນການເຮັດໃຫ້ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ເຖິງບັນຫາຕ່າງໆ. ສຽງຂອງທ່ານມີຄວາມສຳຄັນຫຼາຍ, ມັນເປັນວິທີທີ່ດີໃນການສ້າງການປ່ຽນແປງໃຫ້ກັບຊູມຊົນຂອງເຮົາ ແລະ ເຖິງແມ່ນວ່າລັດຖະບານຈະສາມາດເປັນຕົວແທນຂອງເຮົາໄດ້ ແຕ່ຖ້າບໍ່ມີທ່ານມາຮ່ວມເປັນສ່ວນໜຶ່ງໃນກະບອກສຽງມັນກໍບໍ່ສາມາດເກີດຂຶ້ນໄດ້ແນ່ນອນ.

LANA Votes: Federal Government

Are there issues that you deeply care about and want to address, but don’t exactly know where to start? LANA Votes is here to help make it easy to understand the different levels of government in the United States, and today we’re talking about the federal government.
ມີປະເດັນໃດທີ່ທ່ານໃຫ້ຄວາມສົນໃຈ ແລະ ຢາກແກ້ໄຂແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນຈາກບ່ອນໃດບໍ? LANA Votes ຢູ່ນີ້ເພື່ອຊ່ວຍໃຫ້ທຸກທ່ານໄດ້ເຂົ້າໃຈເຖິງລະດັບຂັ້ນການປົກຄອງຂອງສະຫະລັດອາເມລິກາໃນລະດັບຕ່າງໆໄດ້ງ່າຍຂຶ້ນ ແລະ ມື້ນີ້ພວກເຮົາຈະມາເວົ້າເຖິງ ລັດຖະບານກາງ.


The Federal Government is composed of three distinct branches: legislative, executive, and judicial, whose powers are vested by the U.S. Constitution in the Congress, the President, and the Federal courts, respectively.
ລັດຖະບານກາງສະຫະລັດນັ້ນປະກອບດ້ວຍ 3 ຝ່າຍຄື: ຝ່າຍນິຕິບັນຍັດ, ຝ່າຍບໍລິຫານ ແລະ ຝ່າຍຕຸລາການ, ອຳນາດຂອງແຕ່ລະຝ່າຍນັ້ນມາຈາກລັດຖະທຳມະນູນຂອງສາຫະລັດ ໂດຍມອບໃຫ້ສະພາຄອນເກຣສ (Congress), ປະທານປະເທດ ແລະ ສານລັດຖະບານກາງຕາມລຳດັບ. 

The Executive Branch is vested in the President of the United States, who also acts as head of state and Commander-in-Chief of the armed forces. The President is responsible for implementing and enforcing the laws written by Congress and, to that end, appoints the heads of the federal agencies, including the Cabinet. The Vice President is also part of the Executive Branch, ready to assume the Presidency should the need arise.
ຝ່າຍບໍລິຫານຈະມີປະທານປະເທດເປັນຜູ້ນຳ ແລະ ຍັງເຮັດໜ້າທີ່ເປັນປະມຸກຂອງລັດ ແລະ ຜູ້ບັນຊາການທະຫານສູງສຸດອີກດ້ວຍ. ໂດຍປະທານປະເທດມີໜ້າທີ່ໃນການນຳກົດໝາຍທີ່ສະພາຄອນເກຣສ (Congress) ບັນຍັດມາປະຕິບັດ ແລະ ບັງຄັບໃຊ້, ລວມເຖິງການແຕ່ງຕັ້ງຜູ້ນຳໜ່ວຍງານລັດຖະບານກາງຕ່າງໆ ແລະ ຄະນະລັດຖະມົນຕີ. ຮອງປະທານປະເທດກໍເປັນສ່ວນໜຶ່ງຂອງຝ່າຍບໍລິຫານເຊັ່ນກັນ, ໂດຍຈະພ້ອມກ້າວຂຶ້ນເປັນປະທານປະເທດໄດ້ທຸກເມື່ອໃນກໍລະນີຈຳເປັນ.

The Legislative Branch consists of the House of Representatives and the Senate, which together form the United States Congress. The Constitution grants Congress the sole authority to enact legislation and declare war, the right to confirm or reject many Presidential appointments, and substantial investigative powers.
ຝ່າຍນິຕິບັນຍັດປະກອບດ້ວຍສະພາຜູ້ແທນລາຊະດອນ ແລະ ວຸດທິສະພາເຊິ່ງຮ່ວມກັນເປັນສະພາຄອນເກຣສ (Congress) ແຫ່ງສະຫະລັດອາເມລິກາ. ລັດຖະທຳມະນູນມອບອຳນາດແຕ່ພຽງຜູ້ດຽວໃຫ້ສະພາຄອນເກຣສ (Congress) ໃນການອອກກົດໝາຍ ແລະ ປະກາດສົງຄາມ, ມີສິດຢືນຢັນ ຫຼື ປະຕິເສດການແຕ່ງຕັ້ງຕຳແໜ່ງສຳຄັນຫຼາຍຕຳແໜ່ງຂອງປະທານປະເທດ ແລະ ລວມເຖິງການມີອຳນາດໃນການກວດສອບສືບສວນຢ່າງເຄັ່ງຄັດ.

The Judicial Branch are appointed by the President and confirmed by the Senate. The Supreme Court of the United States is the highest court in the land and the only part of the federal judiciary specifically required by the Constitution.
ຝ່າຍຕຸລາການຖືກແຕ່ງຕັ້ງໂດຍປະທານປະເທດ ແລະ ໄດ້ຮັບການຢືນຢັນຈາກວຸດທິສະພາ. ສານຂັ້ນສູງສຸດຂອງສະຫະລັດເປັນສານທີ່ມີອຳນາດສູງສຸດໃນປະເທດ ແລະ ເປັນສ່ວນດຽວຂອງລະບົບຕຸລາການລັດຖະບານກາງທີ່ລັດຖະທຳມະນູນກຳນົດໄວ້ຢ່າງຊັດເຈນ.

There are hundreds of Federal agencies and commissions charged with handling responsibilities as varied as managing America’s space program, protecting its forests, gathering intelligence, and advancing the general welfare of the American people.
ນອກຈາກນີ້, ຍັງມີໜ່ວຍງານ ແລະ ຄະນະກຳມະການລັດຖະບານກາງອີກຫຼາຍຮ້ອຍແຫ່ງທີ່ດູແລ, ຮັບຜິດຊອບໜ້າທີ່ຫຼາກຫຼາຍ ຕັ້ງແຕ່ການບໍລິຫານໂຄງການອາວະກາດຂອງສະຫະລັດ, ການປົກປ້ອງປ່າໄມ້, ການຮວບຮວມຂໍ້ມູນຂ່າວກອງ ໄປຈົນເຖິງການສົ່ງເສີມສະຫວັດດິພາບຂອງປະຊາຊົນອາເມລິກາ. 

Most of these folks are elected by you, so it’s important to know these people what you care about, you have the power to hold them accountable.Your voice is important. It's a powerful way to make positive change for our communities. And, the government can represent us better, but it’s not guaranteed without you.
ສິ່ງທີ່ສຳຄັນຄືການໃຫ້ທາງພາກສ່ວນເຫຼົ່ານັ້ນໄດ້ຮັບຮູ້ເຖິງບັນຫາທີ່ທ່ານໃຫ້ຄວາມສຳຄັນ ແລະ ສົນໃຈ. ທ່ານມີສິດ ແລະ ອຳນາດໃນການເຮັດໃຫ້ທາງພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ເຖິງບັນຫາຕ່າງໆ. ສຽງຂອງທ່ານມີຄວາມສຳຄັນ, ມັນເປັນວິທີທີ່ມີພະລັງໃນການສ້າງການປ່ຽນແປງໃຫ້ກັບຊູມຊົນຂອງເຮົາ ແລະ ເຖິງແມ່ນວ່າລັດຖະບານຈະສາມາດເປັນຕົວແທນຂອງເຮົາໄດ້ ແຕ່ຖ້າບໍ່ມີທ່ານມາຮ່ວມເປັນສ່ວນໜຶ່ງໃນກະບອກສຽງມັນກໍບໍ່ສາມາດເກີດຂຶ້ນໄດ້ແນ່ນອນ.